ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ ສ້າງຂົວຂ້າມແກຣນແຄນຢອນຮວາຈຽງ ທີ່ມີຄວາມສູງທີ່ສຸດໃນໂລກ

     ສຳນັກຂ່າວຊິນຮວາລາຍງານໃນວັນທີ 30 ຕຸລາ 2023 ນີ້ວ່າ: ຈີນເລີ່ມການກໍ່ສ້າງໂຕ ຂົວຂ້າມ ແກຣນແຄນຢອນຮວາຈຽງ ເຊິ່ງ
ເປັນຂົວທີ່ມີຄວາມສູງທີ່ສຸດຂອງໂລກ ຢູ່ແຂວງກວາງໂຈ ທາງພາກຕາເວັນຕົກສ່ຽງໃຕ້ ຂອງຈີນ ຫຼັງຈາກສຳເລັດການກໍ່ສ້າງຫໍຄອຍໃຫຍ່
ຫຼັງສຸດທ້າຍຂອງຂົວເມື່ອ ວັນທີ 24 ຕຸລາ ຜ່ານມາ.

     ຂົວຂ້າມແກຣນແຄນຢອນຮວາຈຽງ ນີ້ມີຄວາມສູງຈາກໜ້ານໍ້າເປ່ຍຜານຈຽງປະມານ 625 ແມັດ ເຊິ່ງຈະເຮັດໃຫ້ຂົວແຫ່ງນີ້ມີ
ຄວາມສູງທີ່ສຸດໃນໂລກ ຫຼັງຈາກກໍ່ສ້າງສໍາເລັດຕາມກໍານົດການພາຍໃນປີ 2025. ຂົວແຫ່ງນີ້ ມີຄວາມຍາວ 2.890 ແມັດ , ຕັ້ງຢູ່ເຂດ
ປົກຄອງຕົນເອງ ກວນຫຼິ່ງ ກຸ່ມຊົນເຜົ່າປູ້ອີ ແລະ ໝຽວ ຖືເປັນສ່ວນໜຶ່ງ ຂອງເສັ້ນທາງດ່ວນທີ່ເຊື່ອມຕໍ່ເຂດພິເສດ ລີ່ວຈື ຂອງເມືອງ ລີ່ວ
ຜານສຸ່ຍ ແລະ ເມືອງ ອັນຫຼົງ ຂອງແຄວ້ນ ປົກຄອງ ຕົນເອງ ສຽນຊີຫນານ ກຸ່ມຊົນເຜົ່າ ປູ້ອີ່ ແລະ ໝຽວໃນກຸ້ຍໂຈ.

     ທ່ານ ຫວັງເສົາກົວ ຜູ້ຈັດການ ໂຄງການກໍ່ສ້າງຂົວໃຫ້ຮູ້ວ່າ: ຫຼັງຈາກສໍາເລັດການກໍ່ສ້າງຖານເສົາຈົນເຖິງການປິດຄຸມຍອດຫໍຄອຍ
ໃຫຍ່ ທີ່ໃຊ້ເວລາໃນການກໍ່ສ້າງຫຼາຍກວ່າ 670 ວັນແລ້ວ, ທີມງານຈະສືບຕໍ່ເຮັດວຽກກໍ່ ສ້າງໂຄງສ້າງຊັ້ນເທິງ (ແກຣນ ແຄນຢອນຮວາ
ຈຽງ) ຂອງຂົວຕໍ່ໄປ. ຂົວແຫ່ງໃໝ່ນີ້ຈະຊ່ວຍຫຼຸດຜ່ອນໄລຍະເວລາ ໃນການເດີນທາງຂ້າມ ແກຣນແຄນຢອນຮວາຈຽງ ເພື່ອຈະຊ່ວຍກະ
ຕຸ້ນການພັດທະນາສັງຄົມ ແລະ ເສດຖະກິດ ທ້ອງຖິ່ນລວມເຖິງການຟື້ນຟູຊົນນະບົດອີກດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 31/10/2023